
ການສໍາຫຼວດສຳມະໂນປະຊາກອນ.
ທຸກໆ 5 ປີ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ຈະນັບທຸກຄົນ ແລະທຸກຄົວເຮືອນໃນປະເທດ ຊຶ່ງເປັນສ່ວນຫນຶ່ງ ຂອງການສໍາຫຼວດສຳມະໂນປະຊາກອນ. ພາບລວມທີ່ຄົບຖ້ວນ ຂອງອອສເຕຣເລັຍນີ້ ຄອບຄຸມທຸກຄົນໃນປະເທດ ພ້ອມທັງນັກທ່ອງທ່ຽວ, ນັກສຶກສາຕ່າງຊາດ ແລະຜູ້ຖືວີຊາຊົ່ວຄາວ. ປີນີ້, ການສໍາຫຼວດສຳມະໂນປະຊາກອນ ຈະມີຂຶ້ນໃນວັນອັງຄານ, ວັນທີ 11 ເດືອນສິງຫາ. ກ່ອນຄືນສໍາຫຼວດສຳມະໂນປະຊາກອນ, SBS ຈະຕອບຄໍາຖາມສໍາຄັນກ່ຽວກັບເວລາ, ເຫດຜົນ, ແລະວິທີການສໍາຫຼວດແຫ່ງຊາດ. ໃນຂນະທີ່ຂໍ້ມູນກ່ຽວກັບສຳມະໂນປະຊາກອນ ມີໃຫ້ໃນ 26 ພາສາຕ່າງໆ ໃນເວັບໄຊ ABS, ແຕ່ໃບສໍາຫຼວດ ຕ້ອງຖືກຂຽນເປັນພາສາອັງກິດ.
Audio and video play straight from the show's own hosting. PodSubs stores and serves no media.

