
ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ.
ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.
Audio and video play straight from the show's own hosting. PodSubs stores and serves no media.

