
ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ
ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.
Audio and video play straight from the show's own hosting. PodSubs stores and serves no media.

