
ໂຣກປະສາດການເຄື່ອນໄຫວ (Motor Neurone Disease)
ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.
Audio and video play straight from the show's own hosting. PodSubs stores and serves no media.

